Tuesday, November 6, 2012

       ແຜນທີ່ແຂວງຈຳປາສັກ  ເຊິ່ງປະກອບມີພູພຽງບໍລະເວນທີ່ມີຄວາມສູງແຕ່ 400 ຫາ 1200 ມມ ຈາກລະດັບນ້ຳທະເລ ແລະ ໃກ້ກັບເສັ້ນສູນສູດ ມີປະລິມານຝົນຫຼາຍ ເປັນດິນແດນທ່ີເໝາະສົມໃນການເຮັດກະສິກຳ ການປູກພຶດຜັກ, ໝາກໄມ້ກິນ ໝາກ ແລະພຶດອຸດສາຫະກຳ ເຊັ່ນ: ກາເຝ, ຊາ, ຢາງພາລາ ແລະ ອື່ນໆ, ຊຶ່ງໃນປະຈຸບັນຊາວກະສິກອນສ່ວນໃຫ່ຍແມ່ນນິຍົມ ປູກກາເຝ, ໝາກໄມ້ກິນໝາກ, ແລະ ພຶດຜັກຕາມລະດູການ.
       ການເຮັດກະສິກຳຂອງຊາວກະສິກອນສ່ວນໃຫຍ່ກວມເອົາເກືອບ 80% ແມ່ນມີສານເຄມີມາຮ່ວມຢູ່ໃນຂັ້ນຕອນໃດໜື່ງ ຊື່ງອາດຈະແມ່ນຂັ້ນຕອນການຕຽມດິນ, ການປູກ, ການຮັກສາ, ການເກັບກ່ຽວ ແລະ ການປຸງແຕ່ງ.
   
    

No comments:

Post a Comment