ການເຮັດປຸຍໃຊ້ເອງ

     ໃນການເຮັດທູລະກິດໃດໆ ກໍ່ຕາມກຳໄລແມ່ນຖືເປັນສິ່ງສຳຄັນ ແລະຕັດສິນຄວາມຢູ່ລອດຂອງທູລະກິດນັ້ນໆ ສະນັ້ນຖ້າຢາກໄດ້ກຳໄລ
ຫລາຍກໍ່ຕ້ອງເຮັດໃຫ້ຕົ້ນ ທຶນຕ່ຳເທົ່າທີ່ເປັນໄປໄດ້.
   
      ການເຮັດທູລະກິດທາງດ້ານກະສິກຳກໍ່ເຊັ່ນດຽວກັນ ກຳໄລແມ່ນຖື
ເປັນສິງສຳຄັນ ສະນັ້ນຈິ່ງຈຳເປັນຕ້ອງເຮັດໃຫ້ມີຕົ້ນທຶນຕ່ຳ ແລະ ຜົນ
ຜະລິດສູງ ແລະຕ້ອງມີຄຸນນະພາບ, ປອດໄພຕໍ່ຜູ້ຜະລິດ ແລະ ຜູ້ບໍລິໂພກ, ລວມທັງຕ້ອງຮັກສາທຳມະຊາດ ແລະສິ່ງແວດລ້ອມນຳອີກດ້ວຍ.

      ການເຮັດປຸຍໃຊ້ເອງແມ່ນອີກທາງເລືອກທີ່ດີໃນການຫຼຸດຕົ້ນທຶນຄ່າປຸຍ
ອີກທັງຫຼຸດຜ່ອນສັດຕູພຶດ ແລະປັບປຸງຄຸນນະພາບດິນນຳອີກ ຊື່ງປຸຍທີ່ເວົ້າ ນີ້ແມ່ນປຸຍຊິວະພາບນັ້ນເອງ.
   
     ການເຮັດປຸຍຊິວະພາບແມ່ນບໍ່ມີຄວາມຫຍຸ້ງຍາກ ມັນກໍ່ຄ້າຍຄືກັບການ
ປຸງແຕ່ງອາຫານທີ່ເຮົາກິນທຸກມື້ນັ້ນແລ້ວ ຖ້າຢາກໃຫ້ແຊບດີກໍ່ຕ້ອງມີເຄື່ອງ
ປຸງຄົບ ແລະປຸງຖືກຕາມສູດມັນກໍ່ແຊບດີເຖີງແມ່ນວ່າຜູ້ປຸງບໍ່ແມ່ນພໍ່ຄົວມື
ເອກທີ່ເກັ່ງກໍ່ຕາມ ພຽງແຕ່ຕ້ອງໄດ້ໃຊ້ແຮງງານ ແລະຊອກຫາວັດຖຸດີບສ່ວນ
ປະກອບຕ່າງໆ ໃຫ້ຄົບຖ້ວນແລ້ວກໍ່ປຸງແຕ່ງ ຊື່ງອາດຈະມືຫຼາຍສູດ ຂື້ນກັບ
ຄວາມຕ້ອງການຂອງພຶດແຕ່ລະໄລຍະ ແລະແຕ່ລະຊະນິດ ຊຶ່ງສູດຕ່າງແມ່ນ
ມີເຜີຍແຜ່ພ້ອມທັງມີວິດີໂອສາທິດໃຫ້ເບີ່ງສາມາດຊອກເບີ່ງໄດ້ຕາມເວັບໃຊ
ຕ່າງໆ ຫຼືງາຍກໍ່ຊອກໃນເວັບ YouTube.com ກໍ່ໄດ້ແລ້ວແຕ່ຄວາມຖະໜັດ.

No comments:

Post a Comment